ລາວ | English

ຊົນເຜົ່າ ມົ້ງ


ປະຈຸບັນຊົນເຜົ່າ ມົ້ງ ດຳລົງຊີວິດ ແລະ ຕັ້ງຖິ່ນຖານ ພູມລຳເນົາຢ່າງຫລວງຫລາຍໃນບັນດາແຂວງຂອງພາກເຫນືອຂອງລາວເຮົາ ລົງຮອດເມືອງທ່າແຂກ ແຂວງຄຳມ່ວນ. ນອກຈາກນີ້, ຊົນເຜົ່າມົ້ງ ຍັງມີຢູ່ປະເທດຈີນ, ຫວຽດນາມ, ລາຊະອານາຈັກໄທ, ແລະປະເທດອື່ນໆອີກ. ຊົນເຜົ່າມົ້ງຢູ່ລາວມີປະຊາກອນທັງຫມົດ 451,946ຄົນ, ຍິງ 224,257ຄົນ , ເທົ່າກັບ 8.0% ຂອ ພົນລະເມືອງທົ່ວປະເທດ. (ຜົນການສຳຫຼວດພົນລະເມືອງຄັ້ງທີ III ປີ 2005)

ຊົນເຜົ່າມົ້ງທີ່ແຈກຢາຍຢູ່ແຕ່ລະບ່ອນ

ແຂງຄຳມ່ວນ: ເມືອງທ່າແຂກ
ນະຄອນຫຼວງວຽງຈັນ: ເມືອງໄຊທານີ, ເມືອງນາຊາຍທອງ, ເມືອງປາກງຶ່ມ
ແຂວງບໍລິຄຳໄຊ: ເມືອງວຽງທອງ, ເມືອງຄຳເກີດ, ເມືອງບໍລິຄັນ, ເມືອງປາກກະດິງ, ເມືອງປາກຊັນ
ແຂວງໄຊຍະບູລີ: ເມືອງ ເງີນ, ເມືອງໄຊຍະບູລີ, ເມືອງຄອບ, ເມືອງຊຽງຮອນ, ເມືອງຫົງສາ
ແຂວງຜົ້ງສາລີ: ເມືອງໃໝ່, ເມືອງຂວາ, ເມືອງສຳພັນ
ແຂວງຫຼວງນ້ຳທາ: ເມືອງວຽງພູຄຳ, ເມືອງລອງ, ເມືອງສິງ, ເມືອງຫຼວງນ້ຳທາ
ແຂວງບໍ່ແກ້ວ: ເມືອງເມິງ, ເມືອງຕົ້ນເຜິ້ງ, ເມືອງຫ້ວຍຊາຍ
ແຂວງຫົວພັນ: ມີຢູ່ທຸກເມືອງ
ແຂວງຊຽງຂວາງ: ມີຢູ່ທຸກເມືອງ
ແຂວງຫຼວງພະບາງ: ມີຢູ່ທຸກເມືອງ
ແຂວງອຸດົມໄຊ: ມີຢູ່ທຸກເມືອງ
ແຂວງວຽງຈັນ: ມີຢູ່ທຸກເມືອງ
ແຂວງໄຊສົມບູນ: ມີຢູ່ທຸກເມືອງ


ປະຫວັດ ຄວາມເປັນມາແລະຊື່ເອີ້ນ


ມົ້ງແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊີວິດຢູ່ດິນແດນປະເທດລາວເຮົານັບແຕ່ກາງສະຕະວັດທີ XlX ເປັນຕົ້ນມາ. ຊົນເຜົ່ານີ້ໄດ້ອົບພະຍົບເຄື່ອນຍ້າຍມາຈາກຕີເບດ, ຊີບີລີ, ມົງໂກນ ເຂົ້າສູ່ປະເທດຈີນ ແລະຕັ້ງຫລັກແຫລ່ງຢູ່ລຸ່ມແມ່ນ້ຳເຫລືອງ (ຮວງຮາ). ຍ້ອນສົງຄາມຈິ່ງໄດ້ອົບພະຍົບ ແລະເຄື່ອນຍ້າຍຖອຍລົງມາທາງທາງພາກໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ປະເທດຫວຽດນາມ, ລາວ ແລະ ລາຊະອານາຈັກໄທ.

ຊົນເຜົ່າມົ້ງເອີ້ນຕົນເອງວ່າ “ມົ້ງ”, ສຳລັບຊົນເຜົ່າມົ້ງຢູ່ລາວການທີ່ເອີ້ນຊື່ມົ້ງແມ່ນວ່າເຂົາມັກ ແລະ ເພິ່ງພໍໃຈ, ທັງແມ່ນຊື່ດັ້ງເດີມ ແລະ ເປັນຊື່ທີ່ນຳໃຊ້ທາງລັດຖະການໃນປັດຈຸບັນ. ຄຳວ່າ “ມົ້ງ” ຕາມຄວາມຫມາຍຂອງພາສາເຂົາເຈົ້າແປວ່າ: “ຄົນ”. ຊົ່ນເຜົ່າມົ້ງຢູ່ລາວປະກອບດ້ວຍຫລາຍແຊງເຊັ່ນ: ມົ້ງຂາວ (ມົ້ງເດີ້), ມົ້ງລາຍ (ມົ້ງເລງ, ມົ້ງຊິ, ມົ້ງຢົ້ວ), ແລະ ມົ້ງດຳ (ມົ້ງດູ້).


ອາຊີບຂອງຊົນເຜົ່າ ມົ້ງ



ການດຳລົງຊີວິດທາງດ້ານເສດຖະກິດຂອງຊົນເຜົ່າ ມົ້ງ ສ່ວນຫລາຍແມ່ນປະກອບອາຊີບທາງດ້ານການກະເສດເປັນຕົ້ນ: ເຮັດໄຮ່ປູກເຂົ້າຈ້າວ ແລະສາລີ. ນອກຈາກນີ້, ຍັງປູກພືດຜັກ, ມັນຊະນິດຕ່າງໆຮັບໃຊ້ຊີວິດປະຈຳວັນ ແລະ ນິຍົມການລ້ຽງສັດຫຼາຍປະເພດ ເຊັ່ນ: ງົວ, ຄວາຍ, ມ້າ, ແບ້, ໝູ, ໝາ, ເປັດ ແລະ ໄກ່. ສຳລັບຜູ້ຊາຍແມ່ນມີຄວາມຊຳນານທາງດ້ານການຕີເຫຼັກ ແລະ ແມ່ຍິງມີຄວາມຊຳນານທາງດ້ານການຍິບປັກຖັກແສ່ວແບບລວດລາຍຕ່າງໆສະເພາະທີ່ເຂົາເຈົ້າມັກນິຍົມກັນ. ພ້ອມກັນນັ້ນຍັງມີຄວາມເອົາໃຈໃສ່ໃນການເລືອກແນວພັນສັດ, ແນວພັນພືດເພື່ອຕອບສະໜອງຜົນຜະລິດໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ. ປັດຈຸບັນ ຊົນເຜົ່າມົ້ງ ຈຳນວນໜຶ່ງ ຫັນມາສູ່ອາຊີບການເຮັດນາປູກເຂົ້າຈ້າວ ແລະ ຄ້າຂາຍຢູ່ຕາມເຂດທົ່ວພຽງ.


ທີ່ຕັ້ງບ້ານແລະເຮືອນ



ຕາມປະເພນີແລ້ວ ຊົນເຜົ່າມົ້ງມັກຢູ່ເຮືອນຕິດພື້ນດິນ, ແລະຕ້ອງສັງເກດວ່າມີການຄະລຳອັນໃດບໍ່? ໂດຍສະເພາະແມ່ນເຄື່ອງໝາຍຕາແຫຼວ ຫຼື ພົດໄມ້ດິບທີ່ຕິດແປະກັບປະຕູທາງເຂົ້າໃນເຮືອນຂອງຊົນເຜົົ່າມົ້ງ. ຫ້າມບໍ່ໃຫ້ນັ່ງອີງເສົາກາງເຮືອນ ແລະ ແຕະຕ້ອງຮ້ານຜີ ພ້ອມກັບການນອນຂວາງເບື້ອງເທິງຫ້ອງໄວ້ຮ້ານຜີ.


ເຄື່ອງນຸ່ງຫົ່ມ



ເປັນທີ່ຍອມຮັບກັນແລ້ວວ່າໃນສັງຄົມປັດຈຸບັນ ການທີ່ຮັກສາເຄື່ອງນຸ່ງຫົ່ມ ເອ້ຍ້ອງໄດ້ດີກ່ອນເພິ່ນນັ້ນກໍ່ແມ່ນຊົນເຜົ່າມົ້ງນັ້ນເອງ, ເຊິ່ງມັນສະແດງອອກໄດ້ຢ່າງຈະແຈ້ງໃນທົ່ວໆໄປ ບໍ່ວ່າຈະເປັນ ບຸນປະເພນີ ຫຼືວັນທຳມະດາ ພວກເຮົາກໍ່ຈະພົບເຫັນ. ເຄື່ອງນຸ່ງຫົ່ມທີ່ເປັນເອກະລັກຂອງເຜົ່າຕົນເອງເຊັ່ນ: ສຳລັບແມ່ຍິງກໍ່ຈະເປັນເສື້ອ ແລະ ນຸ່ງກະໂປ່ງທີ່ມີລວດລາຍໃນການປັກແສ່ວ ແລະ ເຄື່ອງປະດັບເອ້ຍ້ອງຫຼາຍສີສັນເຊັ່ນ: ປອກແຂນ, ສາຍຄໍ, ຕ້າງຫູ ແລະ ໝວກ. ສຳລັບຜູ້ຊາຍກໍຈະນຸ່ງເສື້ອ, ໂສ້ງສີດຳທີ່ມີການປັກແສ່ວລວດລາຍຕ່າງໆ.


ອາຫານແລະເຄື່ອງດື່ມ


ໃນສະໄໝກ່ອນ ແລະ ປັດຈຸບັນ ຊົນເຜົ່າ ມົ້ງ ມັກກິນເຂົ້າຈ້າວແລະກິນອາຫານປະເພດຕ່າງໆເຊັ່ນ: ແກງຈືດຊິ້ນຫມູໄສ່ຜັກກາດຕີນໝີ ແລະ ຊິ້ນໝູສາມຊັ້ນປິ້ງໄຟເພື່ອໄວ້ກິນດົນ. ດື່ມນ້ຳຊາ ນ້ຳດິບ ແລະ ມັກສູບຝິ່ນ.


ຄວາມເຊື່ອຖືແລະງານບຸນ


ນັບແຕ່ໃດມາໃນຊີວິດຕົວຈິງຂອງສັງຄົມຊົນເຜົ່າ ມົ້ງ ຍັງຮັກສາເອກະລັກໃນດ້ານຄວາມເຊື່ອຖືແຕ່ບັນພະບູລຸດໄວ້ໃຫ້ແກ່ຄົນລຸ້ນລູກ, ຫຼານຈົນເຖິງທຸກມື້ນີ້ເຊັ່ນ: ນັບຖືຜີພໍ່, ຜີແມ່, ຜີເຮືອນ, ຜີເຈົ້າຖິ່ນ, ເຈົ້າຖານ, ຜີຟ້າ, ຜີແຖນ ແລະ ອື່ນໆ. ຜີເຮືອນຈະລວມຫຼາຍສັນຍາລັກ ແລະ ເປັນສິ່ງຄະລຳຂອງແຂກຄົນອື່ນເຊັ່ນ: ຮ້ານນ້ອຍແຂງນຢູ່ຝາເຮືອນ, ແຜ່ນເຈ້ນນ້ອຍຕິດຝາເບື້ອງເທິງຫ້ອງກາງເຮືອນ, ເສົາກາງເຮືອນ, ບໍ່ລ່ວງຫ້ອງນອນທີ່ແອ້ມໄວ້, ບໍ່ນອນຂວາງຕາມລວງຍາວຂອງເຮືອນ, ມີຟົດໄມ້ດິບ ຫຼື ຕາແຫລວຕິດຢູ່ປາກປະຕູ, ແມ່ນເຂົ້າເຮືອນບໍ່ໄດ້ ຫຼື ຕາມຮີດຄອງຂອງຊົນເຜົ່າ ມົ້ງ ຜູ້ໃດເປັນແຂກມາແຕ່ໄກ, ກ່ອນຈະຍ່າງເຂົ້າເຮືອນແມ່ນຕ້ອງຖາມ ຫຼື ຂໍອະນຸຍາດຈາກເຈົ້າຂອງເຮືອນເສຍກ່ອນແລ້ວຈິ່ງເຂົ້າໄດ້.

ງານບຸນແມ່ນມີທັງການກິນ, ມີການອວຍພອນເຊິ່ງກັນ ແລະ ກັນ, ທັງເປັນການສະລຸບຜົນຜະລິດຂອງແຕ່ລະຄອບຄົວໃນໜຶ່ງປີທີ່ຜ່ານມາ. ບຸນກິນຈຽງສ່ວນຫຼາຍແມ່ນການຫຼິ້ນມ່ວນຊື່ນຂອງບ່າວ-ສາວ, ການສະແດງເຖິງຄວາມຮັ່ງມີໃນແຕ່ລະຄອບຄົວ, ຊຸດເຄື່ອງນຸ່ງເປັນການສະແດງເຖິງສີໄມ້ລາຍມືຂອງແມ່ຍິງ, ທັງເປັນການຊອກຫາຄູ່ຄອງຂອງບ່າວ-ສາວເພື່ອຈະສ້າງຄອບຄົວນຳກັນ ຫຼື ພໍ່ແມ່ຊອກຫາລູກໄພ້-ລູກເຂີຍ. ດ້ວຍການໂຍນໝາກຄອນຮ່ວມກັນ, ມີບາງທ້ອງຖິ່ນຈະຫຼິ້ນຍາວເປັນເວລາ 15ວັນ ຫຼື 30ວັນ ແລະ ຍັງມີການແຂ່ງຂັນມ້າ, ຫຼິ້ນເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ ແລະ ອຶ່ນໆ.


ສຳລັບງານບຸນປະຈຳປີຂອງ ມົ້ງ ໄດ້ແກ່ ບຸນກິນຈຽງເຊິ່ງຈັດຂຶ້ນໃນມື້ແຮມ 15ຄ່ຳ ເດືອນ 12 ລາວ, ເອີ້ນວ່າ “ເກົາເຕີ້ໄກ້”. ຈາກນັ້ນຈິ່ງເຮັດພິທີກິນຈຽງໄກ່ ແລະ ສູ່ຂວັນປີໄຫມ່ໃນຕອນຄ່ຳ, ພ້ອມກັນເຮັດກິນ, ເຮັດທານ ແລະ ກະກຽມສະຫຼອງບຸນກິນຈຽງ ໃນມື້ຂຶ້ນ 1ຄ່ຳ ເດືອນຈຽງ ໂດຍມີການຂ້າໝູ, ງົວ ຫຼື ຄວາຍ ຕາມເງື່ອນໄຂຂອງແຕ່ບະຄອບຄົວ ແລະ ມີພາເຂົ້າໃຫ້ຊາວບ້ານມາກິນ ທັງມີການມັດແຂນອວຍພອນເຊິ່ງກັນ ແລະ ກັນໃຫ້ທຸກຄົນມີສຸຂະພສາບແຂງແຮງ. ເມື່ອກ່ອນພາເຂົ້ານັ້ນຈະມີອາຫານ 30ເຍື່ອງ, ດັ່ງນັ້ນ ຜູ້ຄົນທັງຫຼາຍຈິ່ງມັກເອີ້ນກັນວ່າ: ກິນສາມສິບ


ເຄື່ອງດົນຕີແລະສິນລະປະພື້ນເມືອງ


ເຄື່ອງດົນຕີພື້ນເມືອງປະຈຳຊົນເຜົ່າ ມົ້ງ: ແຄນ, ຄ້ອງ, ກອງ, ແຊ່ງ ທີ່ນຳເອົາມາເປັນເຄື່ອງດົນຕີໃນຍາມບຸນ, ງານດອງ, ງານເຮັດຮີດຂອງເຂົາເຈົ້າກໍ່ຈະນຳມາເສບ ແລະ ຂັບລຳ ຫຼື ເຂົາເຈົ້າເອີ້ນວ່າ: ຂັບມົ້ງ ແລະ ມີບົດເພງຮ້ອງ. ເຄື່ອງດົນຕີທີ່ໂດດເດັ່ນກວ່າໝູ່ຂອງຊົນເຜົ່າມົ້ງແມ່ນເປົ່າແຄນ.


ພາສາປາກເວົ້າ


ຊົນເຜົ່າມົ້ງມີພາສາປາກເວົ້າສະເພາະຂອງຕົນເອງ ພ້ອມກັນນັ້ນ ເຂົາເຈົ້າຍັງມີຕົວໜັງສືຂຽນ 2ລະບົບດ້ວຍກັນຄື: ລະບົບທີ່ໃຊ້ຕົວອັກສອນລາຕິນ ແລະ ລະບົບໜັງສືທີ່ປະດິດແຕ່ງໂດຍທ່ານເລົາຝົງ, ພາສາຂອງຊົນເຜົ່າ ມົ້ງ ແຕ່ລະແຊງຈະມີຄວາມແຕກຕ່າງກັນເລັກນ້ອຍຕາມແຕ່ລະທ້ອງຖິ່ນ ແຕ່ກໍ່ສາມາດເຂົ້າໃຈເຊິ່ງກັນແລະກັນ.


ການສົມທຽບພາສາລາວ ກັບ ພາສາມົ້ງ


ລຳດັບ ພາສາລາວ ພາສາມົ້ງ
1 ສະບາຍດີ ຍໍ້ຢົ້ງ
2 ໂຊກດີ ມົ່ວມົງ
3 ຂອບໃຈ ອົວໂຈ
4 ຂໍໂທດ ທໍຈີ
5 ເຈົ້າຊື່ຫຍັງ? ກໍ່ຮູລີຈາ?
6 ເຮັດຫຍັງຢູ່? ອົວດາຈີ໋?
7 ກິນເຂົ້າແລ້ວບໍ? ນໍ່ມໍເລີລໍຈີ໋ເຕົາ?
8 ລາກ່ອນ ມູເລີ
9 ພົບກັນໃໝ່ ຊີຈີ່ດົວ
10 ບໍ່ເປັນຫຍັງ ຈີອົວຈາ

ຂໍ້ມູນທັງຫມົດແມ່ນຄັດຈາກປື້ມບັນດາຊົນເຜົ່າໃນ ສປປ ລາວ