ລາວ | English

ຊົນເຜົ່າ ອີວມຽນ


ໂດຍທົ່ວໄປຊົນເຜົ່າ ອີວມຽນ ການດຳລົງຊີວິດແມ່ນຢູ່ເຂດພູເຂົາ, ເນີນສູງທີ່ມີອາກາດຫນາວ ໃນບັນດາແຂວງພາກເຫນືອ ຂອງ ສປປລາວ ລົງຮອດ ແຂວງວຽງຈັນ. ນອກຈາກນີ້ຍັງມີຢູ່ປະເທດໃກ້ຄຽງເຊັ່ນ: ປະເທດ ສສ ຫວຽດນາມ, ສປ ຈີນ, ເຂດພາກເໜືອຂອງລາຊະອານາຈັກ ໄທ ແລະ ສະຫະລັດອາເມລິກາ. ປັດຈຸບັນຊົນເຜົ່າ ອີວມຽນ ຢູ່ ສປປ ລາວ ມີພົນລະເມືອງທັງໝົດ 22,449ຄົນ, ຍິງ 13,574ຄົນ ແລະ ເທົ່າກັບ 0.5% ຂອງພົນລະເມືອງລາວທັງຫມົດ. ຜົນການສຳຫຼວດພົນລະເມືອງທົ່ວປະເທດຄັ້ງທີ III ປີ 2005

ຊົນເຜົ່າ ອີວມຽນ ທີ່ແຈກຢາຍຢູ່ແຕ່ລະບ່ອນ

ແຂວງຜົ້ງສາລີ: ເມືອງຍອດອູ, ເມືອງໃຫມ່, ເມືອງບຸນເໜືອ, ເມືອງສຳພັນ
ແຂວງອຸດົມໄຊ: ເມືອງນາໝໍ້
ແຂວງຫຼວງນ້ຳທາ: ເມືອງສິງ, ເມືອງຫຼວງນ້ຳທາ, ເມືອງລອງ
ແຂວງບໍ່ແກ້ວ: ເມືອງຫ້ວຍຊາຍ
ແຂວງຫົວພັນ: ເມືອງຊຽງຄໍ້, ເມືອງວຽງໄຊ, ເມືອງຊຳເໜືອ, ເມືອງວຽງທອງ, ເມືອງແອດ, ເມືອງຮຽມ
ແຂວງໄຊຍະບູລີ: ເມືອງໄຊຍະບູລີ
ແຂວງວຽງຈັນ: ເມືອງວັງວຽງ, ເມືອງໝືນ
ນະຄອນຫຼວງວຽງຈັນ: ເມືອງປາກງື່ມ


ປະຫວັດ ຄວາມເປັນມາແລະຊື່ເອີ້ນ


ອີວມຽນເປັນຊົນເຜົ່າທີ່ມີປະຫວັດຄວາມເປັນມາດົນນານ, ແຕ່ສະໄໝສົງຄາມກາງເມືອງໃນປະເທດຈີນ, ໄດ້ເລີ່ມອົບພະຍົບເຂົ້າມາສູ່ມົນທົນກວາງຕຸງ, ກຸຍໂຈວ, ກວາງສີ ແລະ ຢູນານ ເຊິ່ງຢູ່ທິດຕາເວັນຕົກສຽງໃຕ້ ສປ ຈີນ ໃນລາດຊະວົງຂິນຮັ່ນ. ບາງສ່ວນກໍ່ເຄື່ອນຍ້າຍເຂົ້າຢູ່ພາກເໜືອ ຂອງ ສສ ຫວຽດນາມ ແລະ ລາຊະອານາຈັກ ໄທ. ສຳລັບການເຄື່ອນຍ້າຍເຂົ້າສູ່ປະເທດລາວໄດ້ແບ່ງເປັນຫລາຍໄລຍະ ແລະ ຫຼາຍເສັ້ນທາງທີ່ແຕກຕ່າງກັນຄື: ເຄື່ອນຍ້າຍເຂົ້າລາວໂດຍຜ່ານບັນດາແຂວງຕາເວັນຕົກສຽງເໜືອຂອງ ສສ ຫວຽດນາມ ເຂົ້າໃນເຂດຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ, ມີເສັ້ນທາງໜຶ່ງຜ່ານບັນດາແຂວງທິດໃຕ້ຂອງ ສປ ຈີນ ເຂົ້າສູ່ບັນດາແຂວງພາກເໜືອຂອງລາວເຊັ່ນ: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ.

ຊົນເຜົ່ານີ້ມີຊື່ເອີ້ນຕ່າງກັນຕາມແຕ່ລະສະໄໝເຊັ່ນ: ສະໄໝລາດຊະວົງຂິນຮັ່ນຖືກເອີ້ນວ່າ: “ມໍມານ”, ສະໄໝລາດຊະວົງຖັງຖືກເອີ້ນວ່າ “ມໍຢ້າວ” ເຊິ່ງມີຄວາມໝາຍວ່າ: ບໍ່ຢູ່ໃຕ້ອຳນາດຂອງໃຜ. ດັ່ງນັ້ນ ຊື່ທີ່ເອີ້ນວ່າ “ຢ້າວ” ແມ່ນຊື່ທີ່ຊົນເຜົ່າອື່ນໆເອີ້ນເຂົາເຈົ້າ, ຊື່ທີ່ເຊົາເອີ້ນຕົນເອງ, ມັກທີ່ສຸດ, ແລະ ຊື່ທີ່ກຳລັງໃຊ້ທາງລັດຖະການໃນປັດຈຸບັນແມ່ນ “ອີວມຽນ”. ຊົນເຜົ່າອີວມຽນປະກອບດ້ວຍຫຼາຍແຊງເຊັ່ນ: ແລນແຕນ, ຢ້າວຂາວ ແລະ ຢ້າວພົມໄໝແດງ. ສຳລັບແລນແຕນມີສ່ມຊື່ເອີ້ນຄື: ໄລຍະທຳອິດເອີ້ນວ່າ “ຢິວ”, ຕໍ່ມາຍ້ອນວ່າຊົນເຜົ່ານີ້ຮູ້ຍ້ອມເຄື່ອງດ້ວຍສີຄາມ, ຈີນຈິ່ງເອີ້ນວ່າ “ແລນແຕນ”, ເວລາຍົກຍ້າຍມາຢູ່ລາວ, ແລນແຕນຈະມັກຢູ່ຕາມຫ້ວຍນ້ຳລຳເຊ, ສະນັ້ນຊົນເຜົ່າລາວຈິ່ງເອີ້ນເຂົາວ່າ “ຫ້ວຍ”, ຊື່ເຂົາເຈົ້າມັກແທ້ແມ່ນ ແລນແຕນ. ແລນແຕນມັກໄສ່ຊື່ແລະນາມສະກຸນຕາມສິ່ງທີ່ດີເລີດຂອງຄົນ ຫຼື ສິ່ງຂອງອ້ອມໂຕເຮົາ. ສ່ວນຍິງສາວມັກຈະປັ້ນດິ້ວນ້ອຍເພື່ອລົກຂົນຄິ້ວໃຫ້ກ້ຽງຊຶ່ງຈະມີຈຸດປະສົວຢາກງາມ ແລະ ເກັ່ງເໜືອກວ່າຜູ້ຊາຍ.


ອາຊີບຂອງຊົນເຜົ່າ ມົ້ງ



ການດຳລົງຊີວິດທາງດ້ານເສດຖະກິດ, ເຂົາເຈົ້າມີອາຊີບຕົ້ນຕໍກໍ່ແມ່ນ: ໃນການເຮັດໃຫ້ປູກເຂົ້າຈ້າວ, ພ້ອມກັນນັ້ນກໍ່ຍັງປູກພືດສຳຮອງ ຫຼາຍຊະນິດ ເພື່ອຮັບໃຊ້ຊີວິດປະຈຳວັນຂອງຄອບຄົວຄື: ສາລີ, ມັນຕົ້ນ, ມັນດ້າງ, ໝາກຖົ່ວແລະພືດຜັກຕ່າງໆ, ສັດທີ່ຊົນເຜົ່ານີ້ນິຍົມລ້ຽງໄດ້ແກ່: ງົວ, ຄວາຍ, ມ້າ, ແບ້, ໝູ, ໝາ, ເປັດ ແລະ ໄກ່. ພິເສດ ຊົນເຜົ່າອີວມ້ຽນມີມູນເຊື້ອໃນການຖັກແສ່ວ ແລະຄ້າຂາຍນ້ອຍເພື່ອເສີມລາຍໄດ້ໃຫ້ແກ່ຄອບຄົວ.

ເຈ້ຍແມ່ນຜະລິດຈາກໜໍ່ໄມ້ເຊິ່ງເປັນສັນຍາລັກຂອງເງິນໃຊ້ປະກອບເຂົ້າໃນພິທີກຳການໄຫວ້ຜີ.



ທີ່ຕັ້ງບ້ານແລະເຮືອນ



ໃນສະໄໝກ່ອນ ການຕັ້ງບ້ານເຮືອນຂອງຊົນເຜົ່າ ອີວມຽນສ່ວນຫຼາຍແມ່ນຢູ່ເຂດທີ່ເປີ້ພູບ່ອນທີ່ສູງຊັນ, ມີອາກາດໜາວ ແລະມີສາຍນ້ຳລຳທານ, ລັກຊະນະເຮືອນຂອງເຂົາເຈົ້າເປັນເຮືອນຊັ້ນດຽວຕິດດິນ, ສອງຝາເຮືອນຊ້າຍຂວາມີປະຕູເຂົ້າອອກເບື້ອງລະປ່ອງຄື: ປະຕູຊ້າຍເຂົ້າບໍລິເວນຮັບແຂກ ປະຕູຍິງໄຂເຂົ້າສູ່ເຮືອນຄົວ, ສ່ວນປະຕູທີສາມເອີ້ນວ່າ: ປະຕູໃຫຍ່ໃຊ້ສຳລັບເຮັດພິທີກຳຕ່າງໆຢູ່ກົງກັນຂ້າມກັບຮ້ານບູຊາຜີ, ຊົນເຜົ່ານີ້ນັບຖືວ່າເຮືອນເປັນສິ່ງທີ່ກໍ່ສ້າງສິ່ງສັກສິດ. ສະນັ້ນ, ການປຸກເຮືອນ ຕ້ອງຫາມື້ຫາຍາມເພື່ອບໍ່ໃຫ້ຜິດຜີ ແລະ ກໍເພື່ອຄວາມປອດໄພກໍຄືຄວາມສຸກຂອງຄອບຄົວ.


ເຄື່ອງນຸ່ງຫົ່ມ


ນັບແຕ່ໃດໆມາ ຊົນເຜົ່າ ອີວມຽນ ແມ່ນມີເອກະລັກວັດຖະນະທຳທາງດ້ານການນຸ່ງຫົ່ມ ແລະ ເອ້ຍ້ອງທີ່ເປັນຂອງຊົນເຜົ່າຕົນ ໃນແຕ່ລະແຊງກໍ່ມີຄວາມແຕກຕ່າງກັນອອກໄປເຊັ່ນ: ແມ່ຍິງໂດຍປົກກະຕິແລ້ວແມ່ນມີຄວາມນິຍົມນຸ່ງສົ້ງຂາລີບສີດຳ ແລະ ແສ່ວປາຍຂາໂສ້ງດ້ວຍດອກຝ້າຍຫຼາຍສີຄື: ສີແດງ, ສີຂາວ, ສີເຫຼືອງ ແລະ ສີຟ້າຢ່ອນລົງຮອດປາຍແຄ່ງ, ຫົ່ມເສື້ອແຂນຍາວສີດຳ ແລະ ຢູ່ສົ້ນຂອງແຂນເສື້ອໄດ້ມີການປັກແສ່ວເປັນລວດລາຍດ້ວຍຝ້າຍທີ່ມີສີສັນແຕກຕ່າງກັນເຊັ່ນ: ສີດຳ, ສີຂາວ ແລະ ແຂບຄໍເສື້ອດ້ວຍໝາກບັດ, ແວນສີແດງ, ສີບົວທັງປະດັບດ້ວຍເງິນຂັນຫ້ອຍໄວ້ຕາມໜ້າເອິກຂອງເສື້ອຊຸດໜຶ່ງໆມີນ້ຳໜັກປະມານ 1.5ກຣາມ, ໃສ່ຜ້າສີດຳຄຽນຫົວທີ່ມີຄວາມຍາວ 10ແມັດ, ສ່ວນຜ້າຄ້ອງຄໍແຕ່ລະແຊງຈະບໍ່ຄືກັນເຊັ່ນ: ມີຜ້າແລນ ຜ້າສີຂາວຍາວປະມານ 1ແມັດ, ມີການແຊ່ວປັກລວດລາຍຄ້ອງຄໍພາດລົງບ່າທາງໜ້າສອງເບື້ອງ. ນອກຈາກນີ້ແລ້ວກໍຍັງມີຜ້າສີດຳຄຽນແອວທີ່ແສ່ວດ້ວຍຜ້າສີແດງຢູ່ສອງສົ້ນແພ, ຜ້າພັນແຂນສີຂາວທີ່ໄດ້ຜະລິດດ້ວຍຕົນເອງ ແລະ ມີເຄື່ອວປະດັບເອ້ຍ້ອງທີ່ເຮັດດ້ວຍເງິນຄື: ປອກຄໍ, ປອກແຂນ, ປອກຂາ, ຕ້າງຫູ ແລະ ສາຍຄໍຍາວ. ໃນອາດີດແມ່ຍິງຊົນເຜົ່າອີວມ້ຽນບໍ່ນິຍົມໄສ່ເກີບ, ພັດມີຄວາມນິຍົມໄສ່ປອກແຂນ, ສາຍຄໍທີ່ເຮັດດ້ວຍເງິນເຊິ່ງມີນ້ຳໜັກສອງຂີດຂຶ້ນໄປ. ແຕ່ສຳລັບຜູ້ຊາຍແມ່ນມັກນຸ່ງໂສ້ງສີດຳຂາລີບຍາວພຽງປາຍແຄ່ງແສ່ວດ້ວຍຝ້າຍສີແດງຢູ່ປາຍຂອບຂາໂສ້ງ, ມີຄວາມນິຍົມຫົ່ມເສື້ອສີດຳ, ມີກະດຸມລະຫວ່າງສອງຂ້າງ, ໃນເສື້ອຊຸດໜຶ່ງປະດັບດ້ວຍເງິນຂັນປະມານ 25 ໜ່ວຍ ຂຶ້ນໄປ, ຜູ້ຊາຍທີ່ມີຄອບຄົວແລ້ວນັ້ນມີຄວາມນິຍົມໄສ່ໝວກສີດຳແຄບດ້ວຍສີແດງ.


ອາຫານແລະເຄື່ອງດື່ມ


ໃນສະໄໝກ່ອນ ສະພາບການກິນ ການດື່ມ ຫຼື ການດູດຂອງຊົນເຜົ່າອີວມຽນ ກໍຄືກັນກັບຊົນເຜົ່າອື່ນໆໃນປະເທດລາວເປັນຕົ້ນ: ເຂົາເຈົ້າໄດ້ອາໄສທຳມະຊາດ ແລະ ສິ່ງແວດລ້ອມອ້ອມຕົວຄື: ຫາລ່າເນື້ອສັດປ່າ, ຫາປາຕາມຫ້ວຍ, ຮອງ, ເກັບເດັດຜັກປ່າ, ໜໍ່ໄມ້ທີ່ຫາໄດ້ມາປຸງແຕ່ງເປັນອາຫານປະເພດຕ່າງໆເຊັ່ນ: ປະເພດແກງ, ລາບສຸກ, ລາບດິບ, ປິ້ງ, ໝົກດ້ວຍໃບຕອງ, ຫຼາມ ໄສ່ບັ້ງໄມ້ໄຜ່, ຕົ້ມຜັກ ແລະ ກິນເຂົ້າຈ້າວ, ປະເພດລົດຊາດຂອງອາຫານກໍ່ມີລັກສະນະ ເຄັມ ແລະ ເຜັດ. ການກິນຂອງຊົນເຜົ່າອີວມ້ຽນໃນເວລານັ້ນແມ່ນມີເຄື່ອງໃຊ້ໃນຄົວເຮືອນເຊັ່ນ: ຖ້ວຍ, ບ່ວງ, ໝໍ້ ແລະ ອື່ນໆແມ່ນອາໄສທຳມະຊາດ ແລະ ສິ່ງປະດິດຄິດແຕ່ງມາໃຊ້ປະຈຳວັນ ແລະ ບາງທ້ອງຖິ່ນກໍ່ຍັງເຫັນເທົ່າທຸກມື້ນີ້.

ມາຮອດໄລຍະໜຶ່ງພວກເຂົາກໍພັດທະນາດ້ານການປຸງແຕ່ງດ້ວຍການໃສ່ຜັກຫອມບົ່ວ, ຜັກຫອມ, ຜັກຫອມລາບ ແລະຫົວສີໃຄ, ເຊິ່ງມີລົດຊາດເພັດໜ້ອຍໜຶ່ງ, ເຄັມ, ບໍ່ຈືດຈາງເກີນໄປ. ໂດຍປະເພນີແລ້ວ ຊົນເຜົ່າອິວມ້ຽນ ແມ່ນນິຍົມດື່ມນ້ຳດິບທີ່ຕັກຈາກຫ້ວຍ, ຮອງ, ຄອງ, ບຶງ, ດື່ມເຫຼົ້າໃນເວລາງານດອງ ຫຼື ງານບຸນກ່ອນຈະກິນເຂົ້າຕ້ອງເອົາ ອາຫານແລະເຫຼົ້າ ຖວາຍຜີໄດ້ກິນກ່ອນໃນໄລຍະໜຶ່ງ ຄົນຈຶ່ງກິນໄດ້.


ຄວາມເຊື່ອຖືແລະງານບຸນ




ໃນຮອບວຽນປີໜຶ່ງໆ ງານບຸນປະເພນີຂອງຊົນເຜົ່າອິວມຽນ ແມ່ນ ບຸນປີໄຫມ່ (ບຸນກິນຈຽງ) ເຈຍຊຽງຣຽງ, ເຊິ່ງຈະຈັດຂຶ້ນໃນເດືອນໜຶ່ງຂອງທຸກປີ. ນອກຈາກນັ້ນ, ແຕ່ລະເດືອນເຂົາເຈົ້າຍັງມີພິທີຫຼາຍຢ່າງເຊັ່ນ: ເດືອນສອງເຮັດພິທີກຳບ້ານ, ເດືອນສາມເຮັດພິທີກຳບູຊາ ຫຼື ເຄນຜີພໍ່ແມ່ ແລະ ບັນພະບູລຸດ ໃນພິທີກຳນີ້ແມ່ນໄດ້ເອົາເຂົ້າທີ່ໜຶ້ງສຸກແລ້ວມາຍ້ອມສີເຮັດເປັນຫຼາຍສີສັນ ໝາຍຄວາມວ່າ: ເຮັດເຂົ້າດຳ, ເຂົ້າແດງ, ເຂົ້າເຫຼືອງ, ເຂົ້າຂາວ ແລະ ອື່ນໆ. ເພື່ອບູຊາໃຫ້ບັນດາຜີດັ່ງກ່າວ. ເດືອນສີ່ ກ່ອນຈະລົງມືເຮັດການຜະລິດຕ້ອງໄດ້ເຮັດພິທີກຳຄອບໄຂວ່ໃຫ້ເຈົ້າຖິ່ນເຈົ້າຖານເປັນຜູ້ປົກປັກຮັກສາ ແລະ ສົ່ງສິ່ງສັກສິດໃຫ້ຜົນລະປູກງອກງາມ, ເດືອນຫ້າ ເດືອນເຈັດ ບຸນຫໍ່ເຂົ້າຕົ້ມ ເອົາກາບກ້ວຍ ຫຼື ເຈ້ຍຂາວມາຕັດເປັນຮູບເຄື່ອງນຸ່ງເພື່ອບູຊາຜີພໍ່ແມ່ ແລະ ຜີເຮືອນ, ເດືອນແປດເຮັດບຸນກິນເຂົ້າໃຫມ່ ແລະ ເດືອນສິບເອັດເຮັດພິທີກຳ “ຕຸກ່າຍ”, ງານນີ້ຈັດສະເພາະຜູ້ເປັນລູກຊາຍທີ່ມີອາຍຸຄົບ 10ປີ ເທົ່ານັ້ນ, ມີການຕີກອງ, ຮ້ອງເພັງ, ຟ້ອນສະຫຼັບກັນໄປເປັນຂະບວນຟົດຟື້ນເປັນເວລາ 2-3ວັນ, ຈາກນັ້ນພໍ່ແມ່ຈິ່ງຂ້າໝູແລ້ວເຊີນໝົດບ້ານມາຮ່ວມກິນນຳ.


ເຄື່ອງດົນຕີແລະສິນລະປະພື້ນເມືອງ


ດ້ານສິນລະປະວັນນະຄະດີ, ຊົນເຜົ່ານີ້ຈະມີເນື້ອຮ້ອງທຳນອງເສບ, ມີເພັງຮ້ອງເຢົາຢຸງ, ມີກອນຂັບ, ກອນລຳ, ຂັບຢ້າວທີ່ເປັນເອກະລັກຂອງຕົນເອງ, ພິເສດ ເຂົາເຈົ້າຍັງມີຕົວໜັງສືຂຽນດ້ວຍຕົວອັກສອນຈີນທີ່ເວົ້າເຖິງໂລກໄພໄຂ້ເຈັບ, ວິທີປິ່ນປົວ, ເວົ້າເຖິງດວງສະຕາ ແລະ ເວົ້າເຖິງຂວັນຈິດວິນຍານ. ນອກຈາກນັ້ນ, ເຂົາເຈົ້າຍັງມີເຄື່ອງດົນຕີເຊັ່ນ: ຄ້ອງ, ກອງ, ແຊັງ, ປີ່ ແລະ ເຄື່ອງແຕ່ງກາຍທີ່ເປັນເອກະລັກປະຈຳຊົນເຜົ່າຂອງເພດຊາຍ ແລະ ເພດຍິງ ເຊິ່ງປະກອບດ້ວຍສີສັນລວດລາຍຈາກສີໄມ້ລາຍມື ອັນປານີດ ແລະ ມາຈາກຄວາມຊຳນານຂອງຊົນເຜົ່ານັ້ນເອງ.


ພາສາປາກເວົ້າ


ພາສາປາກເວົ້າຂອງຊົນເຜົ່ານີ້ແມ່ນຈັດຢູ່ໃນໝວດພາສາມົ້ງ-ອິວມຽນ. ຊົນເຜົ່າ ອິວມຽນ ແລະ ຊົນເຜົ່າແລນແຕນ ມີຕົວໜັງສືຂຽນເຊິ່ງເປັນຕົວໜັງສືຈີນ, ຍ້ອນວ່າ: ຊົນເຜົ່ານີ້ສະໄໝກ່ອນແມ່ນອ່ານ ແລະ ຂຽນຈາກຜູ້ເປັນພໍ່ ຫຼື ຄູຄົນຈີນແມ່ນໃຊ້ຕົວອັກສອນຈີນບັນທຶກໃນພິທີກຳທາງສາດສະໜາ, ປະຫວັດການສືບສາຍຕະກຸນ ແລະ ອື່ນໆ.


ການສົມທຽບພາສາລາວ ກັບ ພາສາອິວມຽນ


ລຳດັບ ພາສາລາວ ພາສາມົ້ງ
1 ສະບາຍດີ ລົງຂັນບໍ
2 ໂຊກດີ ລົງເຮນໂອ
3 ຂອບໃຈ ແລງຈີງ
4 ຂໍໂທດ ໂທ້ຈຸ້ຍ
5 ເຈົ້າຊື່ຫຍັງ? ເມີຍ ຍີບົວຮັງຮາຍນໍ?
6 ເຮັດຫຍັງຢູ່? ເຈົາຮາຍຍຸຍຽມ?
7 ກິນເຂົ້າແລ້ວບໍ? ຍັ້ນຫາງຍະໄຜ?
8 ລາກ່ອນ ກວ້າງດ້າງ
9 ພົບກັນໃໝ່ ປວງຕ່ອຍສັງ
10 ບໍ່ເປັນຫຍັງ ໄມ່ເປັນຍຸ

ຂໍ້ມູນໂດຍ: ແນວລາວສ້າງຊາດ ແຂວງ ຫົວພັນ